Home

Spread the love

ລາຄາໄຂ່ໄກ່

ໝາຍເຫດ:

ກຣາບລາຄາເຫລົ່ານີ້ເປັນພຽງຄ່າສະເລ່ຍໃນແຕ່ລະຊ່ວງເທົ່ານັ້ນ, ສ່ວນລາຄາໄຂ່ຂອງຟາມອານຸລັກຕົວຈິງ ພວກເຮົາຈະອີງຕາມ ຄ່າຫົວອາຫານ, ສະພາບອາກາດທີ່ເຮັດໃຫ້ປະລິມານການຜະລິດຫລຸດລົງ, ຫລື ຄວາມຄາດເຄື່ອນຢ່າງວ່ອງໄວຂອງເສດຖະກິດບ້ານເມືອງປະເທດເຮົາ, ສະນັ້ນຖ້າຕ້ອງການຕິດຕາມຕົວຈິງ ຈົ່ງຕິດຕໍ່ຟາມພວກເຮົາອີງຄັ້ງ.


About Us

ຂໍ້ມູນທົ່ວໄປ

ອານຸລັກຟາມ ແມ່ນຟາມໄກ່ໄຂ່ຢູ່ ບ້ານໂພນທາ ເມືອງ ໂພນໂຮງ ແຂວງວຽງຈັນ, ຟາມພວກເຮົາໄດ້ມີການຜະລິດໄຂ່ຫລາຍກວ່າ 720-750 ແຕະຕໍ່ມື້, ໃນປະຈຸບັນ 2022 ພວກເຮົາໄດ້ມີການລ້ຽງແບບຟາມເປີດ, ແຕ່ໃນອານາຄົດ ພວກເຮົາມີແຜນການກໍ່ສ້າງເປັນແບບຟາມທັນສະໃຫມ່


ກໍ່ຕັ້ງອານຸລັກຟາມ

ອານຸລັກຟາມ ໄດ້ກໍ່ເລີ່ມລົງເສົາເອກຟາມວັນທີ່ 15/12/2021 ແຕ່ຜ່ານມາພວກເຮົາໄດ້ເຮັດສວນຫມາກມີ້ກ່ອນຫນ້າເປັນເວລາປະມານ 2 ປີ


ແນວຄິດແລະແຮງບັນດານໃຈ

¡ເນື່ອງຈາກການວິກິດການແຜ່ລະບາດຂອງພະຍາດໂຄວິດທີ່ຜ່ານມາ ພວກຂ້າພະເຈົ້າຈຶ່ງໄດ້ຄຳນຶງ ເຖິງການດຳລົງຊີວິດແບບຢັ້ງຢືນ ແລະ ປອດໄພ ພາຍໃຕ້ການປ່ຽນແປງທີວ່ອງໄວ ສະນັ້ນ ການກະເສດ ດ້ານອາຫານ ຖືເປັນຫົວໃຈສຳຄັນ ເນື່ອງຈາກສະພາບເສດຖະກິດທຸກມື້ນີ້ແປປວນ ເງິນຕາດີດສູງຂຶ້ນ ການເກີດສົງຄາມຕ່າງໆ  ຊື່ງເປັນປັດໄຈຫນຶ່ງທີ່ເຮັດໃຫ້ຄ່າຄອງຊີບພາຍໃນປະເທດສູງ ພວກຂ້າພະເຈົ້າຈຶ່ງໄດ້ອອກແບບແຜນໃນການກະຈາຍຄວາມສ່ຽງຄືການໍ ລິເລີ່ມ ແລະ ຜັນຂະຫຍາຍທຸລະກິດມາທາງດ້ານກະເສດນີ້ຂຶ້ນ


ເປົ້າຫມາຍອະນາຄົດ (Aspiration)

  • ຜະລິດໄຂ່ໄກ່ໃຫ້ມີຄຸນນະພາບ ມາດຕະຖານແລະ ໃຫ້ຄວາມປອດໄພແກ່ຜູ້ບໍລິໂພກ
  • ສຶກສາ ແລະ ພັດທະນາໂຮງເຮືອນໃຫ້ມີຄວາມທັນສະໃຫມ່ ແລະ ມາດຕະຖານເພື່ອຮອງຮັບຈຳນວນເພິ່ມຂຶ້ນຂອງໄກ່ໄຂ່ ແລະ ຕະຫລາດໃນອະນາຄົດ
  • ຜະລິດໄຂ່ໄກ່ໃຫ້ມີຄຸນນະພາບ ມາດຕະຖານແລະ ໃຫ້ຄວາມປອດໄພແກ່ຜູ້ບໍລິໂພກ

ແບບຢ່າງຜະລິດຕະພັນບໍລິສັດ

ຜະລິດຕະພັນທົດລອງຕະຫລາດ

ຜະລິດຕະພັນຫມາກໄມ້ອົບແຫ້ງ

ຫມາກໄມ້ລວມອົບແຫ້ງ

ຫມາກມີ້ອົບແຫ້ງ

ຫມາກກ້ວຍອົບແຫ້ງ


ບັນຍາກາດມູມສູງ ແລະ ຂັ້ນຕອນລົງໄກ່ພັນໄຂ່


ພໍ່ຄ້ານ້ອຍລີວິວຂາຍໄຂ່ໄກ່


ເປົ້າໝາຍໂຄງການຟາມ ແລະ ແຜນອະນາຄົດ ໄລຍະຍາວ

ຟາມໄກ່ໄຂ່
ຟາມໄກ່ພັນເນື້ອ
ຟາມຫມູ

ຟາມປາ


ເປົ້າໝາຍໂຄງການປູກຝັງພືດເສດຖະກິດໄລຍະສັ້ນ


ເປົ້າໝາຍໂຄງການປູກຝັງພືດເສດຖະກິດໄລຍະກາງ


ສິນຄ້າກະເສດ